bih.button.backtotop.text

ຫົວຂໍ້ ຈາກຜູ້ບໍລິຫານສູ່ການເປັນຄົນເຈັບມະເລັງ

“ຂ້າພະເຈົ້າເອງຮູ້ຈັກໂຮງໝໍ ບຳລຸງລາດ ຍ້ອນວ່າຂ້າພະເຈົ້າເຮັດວຽກຢູ່ສະຖາບັນການເງິນແຫ່ງໜຶ່ງໃນປະເທດສະວິດເຊີແລນ. ຂ້າພະເຈົ້າເອງມີຫນ້າທີ່ຮັບຜິດຊອບກ່ຽວກັບເລື່ອງຕະຫຼາດຫຸ້ນແລະການລົງທືນເຊິ່ງໂຮງໝໍ ບຳລຸງລາດ ແມ່ນອົງກອນທີ່ໜ້າສົນໃຈມາຈາກຫຼາຍໆປັດໄຈທີ່ມີຢູ່ບໍ່ວ່າຈະເປັນຊື່ສຽງທາງດ້ານການແພດທີ່ດີ, ການເບິ່ງແຍງເອົາໃຈໃສ່ລູກຄ້າ ແລະ ມີມາດຕະຖານທີ່ເວົ້າໄດ້ວ່າສູງ ແຕ່ກໍ່ບໍ່ຄິດບໍ່ຝັນວ່າຕົວເອງຈະຕ້ອງກາຍເປັນຄົນເຈັບໂລກມະເຮັງເສຍເອງແຕ່ເມື່ອຮູ້ແລ້ວວ່າເປັນໂລກມະເຮັງກໍບໍ່ລັງເລໃຈທີ່ຈະເຂົ້າໄປຮັບການປິ່ນປົວທີ່ສູນມະເຮັງ Horizon Regional Cancer Center ໂດຍທັນທີ” ເລື່ອງລາວຊີວິດທີ່ຜັນຜວນຂອງ Mr. Rudolf Leuthi ຈາກການເປັນຜູ້ໃຫ້ຄຳປຶກສາທາງດ້ານການລົງທຶນສູ່ການເປັນຄົນເຈັບຂອງໂຮງຫມໍ ບຳລຸງລາດ.

ໂລກມະເຮັງ ໂຕຕົ້ນເຫດຂອງການລາຈາກ

“ຂ້າພະເຈົ້າໄດ້ແຕ່ງງານກັບເມຍທີ່ເປັນຄົນໄທແລະເຮົາກໍ່ໄດ້ມີລູກນຳກັນເຖິງ 2 ຄົນ. ດ້ວຍໄລຍະເວລາ 10 ກວ່າປີໄດ້ຍ້າຍມາຢູ່ປະເທດໄທ, ມັນເຮັດໃຫ້ຂ້າພະເຈົ້າຕິດພັນກັບປະເທດໄທຫລາຍ. ຊີວິດການເປັນຢູ່ການເປັນຫົວໜ້າຄອບຄົວໃນໄລຍະບຳນານນັ້ນແມ່ນຢູ່ຢ່າງມີຄວາມສຸກຈົນຮອດທ້າຍປີ 2018, ຂ້າພະເຈົ້າໄດ້ຮູ້ສຶກວ່າມີກ້ອນເນື້ອຢູ່ບໍລິເວນຂາຫນີບດ້ານຂວາ. ເຊິ່ງໂຕຂ້າພະເຈົ້າເອງກໍ່ໄດ້ລໍຖ້າເບິ່ງອາການວ່າເປັນແນວໃດຈົນຜ່ານໄປໄດ້ 3-4 ເດືອນກໍ່ຄິດວ່າເປັນພຽງໂລກໄສ້ເລື່ອນ ແຕ່ປະກົດວ່າອາການບໍ່ດີຂຶ້ນແຖມຍັງມີຈຸດສີດຳໆໃນບໍລິເວນນັ້ນນຳອີກ. ດັ່ງນັ້ນຈິ່ງໄດ້ຕັດສິນໃຈໄປພົບແພດເພື່ອກວດແລະພົບວ່າຕົນເອງເປັນໂລກມະເລັງ” Mr. Rudolf Leuthi ໄດ້ເລົ່າເຖິງຊ່ວງເວລາຂອງການກ້າວສູ້ການເປັນມະເລັງ

“ເມື່ອໄດ້ຕັດສິນໃຈໄປຮັບການປິ່ນປົວຢູ່ສູນມະເລັງ Horizon Regional Cancer Center ທາງສູນເອງກໍ່ໄດ້ກວດຮ່າງກາຍຢ່າງລະອຽດຈົນກວດເຫັນວ່າມີກ້ອນເນື້ອ 11 ກ້ອນຢູ່ບໍລິເວນຂາໜີບແລະມີ 4 ກ້ອນທີ່ເຫັນຈະແຈ້ງວ່າເປັນມະເລັງແນ່ນອນ” Mr. Rudolf Leuthi ໄດ້ເລົ່າເຫດການທີ່ເກີດຂຶ້ນດ້ວຍສີຫນ້າກັງວົນໃຈເນື່ອງຈາກວ່າຕົນເອງມີໜ້າທີ່ແລະພາລະທີ່ຕ້ອງຮັບຜິດຊອບພ້ອມຍັງເປັນເສົາຄ້ຳຫຼັກຂອງຄອບຄົວອີກດ້ວຍ. ເຊິ່ງໃນຂະນະນັ້ນໄດ້ກວດພົບວ່າເປັນມະເລັງໄລຍະທີ 3 ແລ້ວ. “ເມື່ອຂ້າພະເຈົ້າຮູ້ວ່າຕົນເອງເປັນມະເລັງ, ຂ້າພະເຈົ້າທັ່ງຢ້ານເຈັບ, ຢ້ານຕາຍ, ແລະຍັງຢ້ານວ່າຄອບຄົວຈະຢູ່ບໍ່ໄດ້ເພາະວ່າຂ້າພະເຈົ້າເປັນຫົວໜ້າຄອບຄົວ. ແຕ່ເຖິງວ່າຈະຢ້ານຊ່ຳໃດຂ້າພະເຈົ້າຕ້ອງໄດ້ຮັບການປິ່ນປົວໃຫ້ເຊົາຈາກພະຍາດນີ້. ຂ້າພະເຈົ້າໄດ້ພົບກັບທ່ານໝໍຊ່ຽວຊານທາງດ້ານ Plastic Surgeon ເພື່ອຮັບການຜ່າຕັດເອົາກ້ອນເນື້ອອອກພ້ອມນັ້ນກໍ່ຍັງໄດ້ເຮັດ Skin Graft ອີກດ້ວຍ” Mr. Rudolf Leuthi ໄດ້ເລົ່າຊ່ວງເວລາໃນການເຮັດ Skin Graft ກັບທ່ານຫມໍ ອະທິສະພັນ ຈຸລະກະທຳພະ ທ່ານໝໍຊ່ຽວຊານທາງດ້ານການຜ່າຕັດ ປະຈຳໂຮງຫມໍ ບຳລຸງລາດ.

ຄວາມໝັ້ນໃຈຢ່າງເຕັມທີ່ຈາກການໄດ້ຮັບການດູແລເປັນຢ່າງດີ

“ຫລັງຈາກທີ່ຂ້າພະເຈົ້າໄດ້ໂອ້ລົມກັບທ່ານຫມໍ ວິໄນ ອະລິຍະປະກາຍ ທ່ານໝໍຊ່ຽວຊານທາງດ້ານມະເລັງກໍ່ໄດ້ເຮັດໃຫ້ຄວາມຢ້ານທີ່ມີທັງຫມົດນັ້ນຫາຍໄປທັນທີ. ທ່ານໝໍອະທິບາຍໄດ້ລະອຽດແລະດີຫຼາຍ, ເຊິ່ງເພິ່ນໄດ້ເວົ້າກ່ຽວກັບໂອກາດທີ່ຈະກັບມາມີສຸຂະພາບເປັນປົກກະຕິເຮັດໃຫ້ເກີດຄວາມໝັ້ນໃຈແລະເຊື່ອໃຈໃນການເຂົ້າຮັບການປິ່ນປົວຢູ່ສູນມະເລັງແຫ່ງນີ້ຊຶ່ງມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍເພາະທຸກຢ່າງແມ່ນສົມບູນແບບ perfect ທີ່ສຸດ” Mr. Rudolf ໄດ້ກ່າວອອກມາດ້ວຍຄວາມສຸກທີ່ໄດ້ຮັບຈາກການປິ່ນປົວນຳສູນມະເລັງເຮົາ. “ມັນເປັນເລື່ອງທົ່ວໄປທີ່ຈະເກີດຜົນຂ້າງຄຽງໃນການຮັກສາຊຶ່ງຂ້າພະເຈົ້າຖືວ່າມັນເປັນເລື່ອງປົກກະຕິ ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າຄິດວ່າມັນເປັນເລື່ອງທີ່ພິເສດທີ່ສຸດໃນການຮັບບໍລິການຈາກ Horizon Regional Cancer Center ນັ້ນກໍ່ຄື ໃນຊ່ວງໄລຍະຮັບການປິ່ນປົວນັ້ນ, ຂ້າພະເຈົ້າຮູ້ສຶກບໍ່ມີແຮງແລະບໍ່ຫິວເຂົ້າເລີຍ. ທ່ານໝໍໄດ້ກວດແລະບົ່ງມະຕິວ່າອາດຈະເປັນຜົນມາຈາກພາວະຕ່ອມໝວກໄຕບໍ່ເຮັດວຽກ ແລະສັ່ງໃຫ້ຂ້າພະເຈົ້າປິ່ນປົວທີ່ໂຮງໝໍໂດຍທັນທີ ເຊິ່ງຫຼັງຈາກກວດພະຍາດແລ້ວກໍ່ພົບວ່າອາການເປັນຄືກັບທີ່ທ່ານໝໍໄດ້ບອກໄປແທ້ໆຊຶ່ງມັນເຮັດໃຫ້ຂ້າພະເຈົ້າຮູ້ສຶກເຖິງຄວາມພ້ອມໃນການຮັບມືທີ່ດີແລະການເອົາໃຈໃສ່ຕໍ່ບັນຫາຢ່າງໄວວາ.”

ໃນຕະຫລອດໄລຍະຮັບການປິ່ນປົວຂອງ Mr. Rudolf ທຸກຢ່າງດໍາເນີນໄປໄດ້ດ້ວຍດີແຕ່ກໍປະກົດມີໝູ່ເພື່ອນຫຼາຍຄົນຖາມ Mr. Rudolf ວ່າເປັນຫຍັງຄືບໍ່ເລືອກທີ່ຈະໄປປິ່ນປົວຢູ່ປະເທດບ້ານເກີດກໍ່ຄືປະເທດສະວິດເຊີແລນເພາະສະຫວັດດີການຂອງປະເທດສະວິດເຊີແລນນັ້ນແມ່ນຄຸ້ມຄອງການປິ່ນປົວມະເລັງໂດຍບໍ່ເສຍຄ່າໃຊ້ຈ່າຍຫຍັງ. ແຕ່ Mr. Rudolf ໄດ້ຕອບດ້ວຍຄວາມໝັ້ນໃຈວ່າ, ດັ່ງທີ່ໄດ້ອະທິບາຍຈາກຂ້າງເທິງນັ້ນ "ຂ້າພະເຈົ້າມີຄວາມເຊື່ອໝັ້ນໃນການປິ່ນປົວຂອງສູນມະເລັງ Horizon Regional Cancer Center ຊຶ່ງໄດ້ຍິນຊື່ສຽງຂອງທາງສູນມະເລັງນີ້ມາດົນແລ້ວ ແລະ ສູນນີ້ກໍ່ປຽບດັ່ງເຮືອນອີກຫລັງຫນຶ່ງຂອງຂ້າພະເຈົ້າ. ແຮງຂ້າພະເຈົ້າໄດ້ຮັບການປິ່ນປົວຢ່າງຕໍ່ເນື່ອງຈາກສູນມະເຮັງ Horizon Regional Cancer Center ດົນຊໍາໃດຂ້າພະເຈົ້າຍິ່ງຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ເຊັ່ນດຽວກັນກັບຄອບຄົວຈາກສູນມະເລັງງແຫ່ງນີ້ຫລາຍເທົ່ານັ້ນ ນອກຈາກນີ້ມັນຍັງເຮັດໃຫ້ຂ້າພະເຈົ້າຮູ້ສຶກຜູກພັນກັບທຸກຄົນທີ່ສູນແຫ່ງນີ້ ແລະທີ່ສຳຄັນໄປກວ່ານັ້ນ ນັ້ນກໍ່ຄືການສື່ສານທີ່ເຂົ້າໃຈເຊິ່ງກັນແລະກັນ” “ຂ້າພະເຈົ້າຈື່ໄດ້ວ່າຫລັງຈາກທີ່ໄດ້ລົມກັບທ່ານໝໍວິໄນ, ເຖິງວ່າຕົວຂ້າພະເຈົ້າເອງຍັງຮູ້ສຶກສັບສົນແລະບໍ່ເຂົ້າໃຈໃນລາຍລະອຽດຕ່າງໆທາງດ້ານຂໍ້ມູນທາງການແພດ, ແຕ່ຂ້າພະເຈົ້າກໍ່ຍັງໄດ້ຮັບການຊ່ວຍເຫຼືອຈາກທີມແປພາສາເພື່ອຊ່ວຍແປພາສາໃຫ້ຂ້າພະເຈົ້າເຂົ້າໃຈຊຶ່ງບໍ່ເຄີຍຄິດວ່າສິ່ງນີ້ຈະເປັນປະໂຫຍດຫລາຍປານນີ້ມາກ່ອນ.”

ສິ່ງທີ່ມີມູນຄ່າຫຼາຍກວ່າການຮັກສາທົ່ວໄປ

 “ຂ້າພະເຈົ້າຢາກບອກວ່າ ຂ້າພະເຈົ້າໂຊກດີຫລາຍທີ່ໄດ້ມາພົບກັບໂຮງໝໍທີ່ດີ, ພົບບຸກຄະລາກອນແພດຫມໍທີ່ເອົາໃຈໃສ່ ລວມໄປຮອດທີມແປພາສາທີ່ເຮັດໃຫ້ການສື່ສານສົນທະນາຕ່າງພາສາບໍ່ເປັນອຸປະສັກອີກດ້ວຍ ແລະ ກໍ່ບໍ່ຜິດຫວັງທີ່ຕັດສິນໃຈເລືອກໃຊ້ບໍລິການ Horizon Regional Cancer Center ແຫ່ງນີ້. ຂ້າພະເຈົ້າຢາກຝາກບອກເຖິງຄົນທົ່ວໄປທີ່ຮູ້ໂຕວ່າເປັນມະເລັງໃຫ້ທຳໃຈຍອມຮັບວ່າເຮົາເປັນຄົນເຈັບມະເລັງ ແລະ ຮຽນຮູ້ທີ່ຈະຢູ່ກັບມັນຄວບຄູ່ໄປກັບການປິ່ນປົວທີ່ແທດແໝະ ພ້ອມນີ້ພະຍາຍາມຫາຄວາມສຸກຈາກສິ່ງອ້ອມຂ້າງໃນແຕ່ລະມື້ ຖ້າສາມາດປະຕິບັດໄດ້ ມະເລັງກໍ່ບໍ່ແມ່ນໂລກທີ່ເປັນຕາຢ້ານອີກຕໍ່ໄປ”
 
For more information please contact:

Related Packages

Related Health Blogs