bih.button.backtotop.text

ຊີວິດໃໝ່ ຜ່ານເສັ້ນຂອບຟ້າແຫ່ງຄວາມຫວັງທີ່ Horizon Regional Cancer Center

ເມື່ອເວົ້າເຖິງສັນຍາລັກ (Logo) ໃໝ່ຂອງສູນມະເລັງ Horizon Regional Cancer Center ແລ້ວນັ້ນ ຈະສະແດງໃຫ້ເຫັນແນວຄວາມຄິດແລະຄວາມໝາຍທີ່ຖືກສະເໜີຜ່ານເສັ້ນແລະສີປະກອບກັນເປັນສັນຍາລັກທີ່ສະແດງອອກມາຢ່າງຊັດເຈນ ເຊິ່ງຄຳວ່າ Horizon ນັ້ນໝາຍເຖິງເສັ້ນຂອບຟ້າ ທີ່ສາມາດປຽບໄດ້ກັບເສັ້ນປະກາຍແສງແຫ່ງຄວາມຫວັງແລະກຳລັງໃຈ.
 
           
ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ການປິ່ນປົວຄົນເຈັບມະເລັງໄດ້ແບບປະສົບຜົນສຳເລັດນັ້ນ, ນອກຈາກເຕັກໂນໂລຢີການຮັກສາທີ່ດີແລະທັນສະໄໝ, ທີມແພດໝໍທີ່ອຸທິດຕົນແລະເອົາໃຈໃສ່ໃນການປິ່ນປົວ, ຄວາມຫວັງແລະກຳລັງໃຈຈາກໂຕຄົນເຈັບເອງແລະຄົນທີ່ຢູ່ອ້ອມຂ້າງນັ້ນມີຄວາມສຳຄັນໃນການປິ່ນປົວແລະຕໍ່ສູ້ກັບມະເລັງ. ສິ່ງເຫຼົ່ານັ້ນແມ່ນແຮງພັກດັນແລະທິດທາງໃນການປິ່ນປົວມະເລັງຢູ່ສູນມະເລັງ Horizon Regional Cancer Center.    
 
Doctor-500x500.jpg
 

ທ່ານໝໍ ນະລົງສັກ ກຽດຂະຈອນທາດາ, ໝໍອາຍຸລະກຳຊ່ຽວຊານດ້ານເລືອດແລະມະເລັງ ພ້ອມກັບເປັນ Co – Director ຂອງ Horizon Regional Cancer Center ໄດ້ເວົ້າກ່ຽວກັບຄວາມໝາຍໃນສັນຍາລັກຂອງ Horizon ກັບຄົນເຈັບມະເລັງໄດ້ຢ່າງໜ້າສົນໃຈວ່າ "ການເປັນມະເລັງຈະເຮັດໃຫ້ຄົນເຈັບມີຄວາມກົດດັນໂຕເອງສູງກວ່າການເປັນພະຍາດອື່ນໆ ເພາະວ່າມະເລັງມີສ່ວນກ່ຽວພັນກັບຊີວິດ ແລະ ແຕ່ລະຄົນນັ້ນກໍ່ມີຄວາມກະຕືລືລົ້ນທີ່ຈະຊອກຫາຄວາມໝາຍຂອງຊີວິດໂດຍການຢູ່ໃຫ້ດົນທີ່ສຸດເທົ່າທີ່ຈະດົນໄດ້. ແຕ່ໃນເວລາທີ່ຄົນເຮົາເຈັບປ່ວຍແລະພົບວ່າເປັນມະເລັງ, ເຊິ່ງເປັນພະຍາດທີ່ທຸກຄົນຖືກປູກຝັ່ງໄວ້ວ່າເປັນແລ້ວມີແຕ່ເສຍຊີວິດຢ່າງດຽວ ພວກເຂົາກໍ່ຈະມີຄວາມກັງວົນເພີ້ມຂຶ້ນຫລາຍຕື່ມອີກ. ເພາະສະນັ້ນທາງສູນຈຶ່ງມີຄວາມຕ້ອງການໃຫ້ສັນຍາລັກຂອງສູນ Horizon ນັ້ນເປັນເສັ້ນຂອບຟ້າທີ່ເຕັມໄປດ້ວຍຄວາມຫວັງແລະກຳລັງໃຈ ເພາະວ່ານອກຈາກມີທີມແພດທີ່ດີແລະກຽມພ້ອມແລ້ວນັ້ນ, ຈິດໃຈຂອງຄົນເຈັບເອງກໍ່ມີຄວາມສຳຄັນບໍ່ຕ່າງກັນເລີຍໃນການປິ່ນປົວໂລກມະເລັງໄດ້ຢ່າງມີປະສິດທິຜົນທີ່ສຸດ"

 
logo-cancer.png
 

ທຸກຢ່າງເປັນໄປໄດ້ ຈາກສິ່ງທີ່ເຮັດແລະປະສົບຜົນສຳເລັດ

          “ຄຳວ່າ Excellence made Possible ນັ້ນເປັນຄຳເວົ້າທີ່ດີຫຼາຍເພາະມັນສາມາດສ້າງແຮງບັນດານໃຈແລະກຳລັງໃຈໃຫ້ກັບຫຼາຍໆຄົນໄດ້. ເນື່ອງຈາກວ່າທີມແພດໝໍຈາກຫຼາກຫຼາຍສາຂາຂອງສູນມະເລັງ Horizon ນັ້ນມີຈຸດມຸ່ງໝາຍດຽວກັນກໍ່ຄື ການປິ່ນປົວຄົນເຈັບໃຫ້ເຊົາດີຢ່າງເຕັມຄວາມສາມາດ, ທຸ້ມເທສຸດກຳລັງໃນການປິ່ນປົວຄົນເຈັບ ເຖິງວ່າຈະມີອຸປະສັກໃນບາງຄັ້ງຄາວແຕ່ກໍ່ພ້ອມຈະຊ່ວຍເຫຼືອກັນແລະຮ່ວມໃຈກັນຜ່ານຜ່າມັນຈົນສຳເລັດຜົນຫຼາຍຕໍ່ຫຼາຍເທື່ອໄດ້ ແລະນັ້ນແມ່ນຄວາມຫວັງດີທີ່ມາຈາກຫົວໃຈຂອງພວກເຮົາ ... ທຸກສິ່ງທຸກຢ່າງເປັນໄປໄດ້ບໍ່ແມ່ນພຽງແຕ່ຄວາມຄິດເທົ່ານັ້ນ, ພວກເຮົາເຮັດໄດ້" ທ່ານໝໍ ນະລົງສັກ ກຽດຂະຈອນທາດາ ເວົ້າກ່ຽວກັບແຮງບັນດານໃຈໃນການປິ່ນປົວ.

 

ສັນຍາລັກແຫ່ງການສົ່ງຕໍ່ຄວາມຫວັງແລະແຮງບັນດານໃຈ

ສຳລັບແນວຄວາມຄິດໃນການອອກແບບສັນຍາລັກໃໝ່ຂອງສູນມະເລັງ Horizon Regional Cancer Center ນັ້ນໄດ້ອີງຕາມຫຼັກແນວຄວາມຄິດຂອງສັນຍາລັກໂຮງໝໍບຳລຸງລາດແຕ່ເພິ່ມເຕີມຄືໄດ້ໃສ່ຄວາມຫວັງຂອງຄົນເຈັບມະເລັງທຸກຄົນລົງໄປ. ລາຍເສັ້ນວົງແຫວນຍັງເປັນຮູບເກົ່າຂອງໂຮງໝໍ. ສ່ວນເສັ້ນທີ່ສື່ວ່າເປັນເສັ້ນແຫ່ງຄວາມຫວັງຈະມີລັກສະນະເປັນເສັ້ນຂອບຟ້າ ແລະຈະມີເສັ້ນສີແດງຄາດຜ່ານໂຕອັກສອນ H ເຊິ່ງປຽບຄືກັບການຂີດຂ້າມະເລັງ (Cancer) ແລະຈຸດທີ່ໜ້າສົນໃຈອີກຈຸດໜຶ່ງກໍ່ຄືຄຳວ່າ Cancer ນັ້ນໃຊ້ເປັນລາຍເສັ້ນຂອງ Anna Maria Homeless Fonts ຈາກໂຄງການ Homelessfonts. ເຊິ່ງແມ່ນໂຄງການມູນລະນິທິ Arrels Foundation ຈາກປະເທດສະເປນທີ່ໄດ້ເອົາລາຍມືຂອງຄົນຂາດທີ່ຢູ່ອາໄສມາຂຽນຕົວອັກສອນກັບຜູ້ຊ່ຽວຊານດ້ານການອອກແບບແລະແປງເປັນ Font ຫລືຕົວອັກສອນຂາຍຜ່ານທາງອິນເຕີເນັດແລະລາຍໄດ້ຈາກການຂາຍຈະກັບໄປຊ່ວຍຄົນທີ່ຂາດທີ່ຢູ່ອາໄສໃນບາເຊໂລນານັ້ນເອງ.

 

ພະລັງງານສີສັນ ເອກະລັກແຫ່ງຄວາມເຂົ້າໃຈແລະຄວາມໃສ່ໃຈ

ການເລືອກໃຊ້ສີຂອງ Horizon ນັ້ນໄດ້ໃຊ້ໂທນສີໄທ ເຊິ່ງແມ່ນສີສັນທີ່ມາຈາກວັນນະຄະດີ ກະວີ, ວັດທະນະທຳ ແລະ ຄວາມເຊື່ອຂອງໄທໃນອະດີດ ລວມໄປຮອດການໃຊ້ເອກະລັກສະເພາະທາງຂອງຊ່າງຝີມືໄທໃນການຄັດເລືອກສີຈາກທຳມະຊາດເອົາມາສະກັດ, ຄັດແຍກ ແລະ ປະສົມຈົນກາຍເປັນສີສັນທີ່ມີສະເໜ່ ແລະ ເປັນເອກະລັກ ບໍ່ຕ່າງຫຍັງກັບຄວາມເປັນເອກະລັກຂອງ Horizon, ໜຶ່ງດຽວໃນປະເທດໄທທີ່ມີເອກະລັກສະເພາະບໍ່ຄືໃຜແລະຍັງສະທ້ອນເຖິງຄວາມເອົາໃຈໃສ່ທາງດ້ານການບໍລິການທີ່ມີຊື່ສຽງເປັນທີ່ຮູ້ຈັກຂອງຄົນຕ່າງປະເທດໃນເລື່ອງການບໍລິການທີ່ດີ ມີຮອຍຍິ້ມ, ຄວາມອົບອຸ່ນແລະຄວາມເຂົ້າໃຈຄືກັບວ່າຄົນເຈັບທຸກຄົນເປັນຄົນໃນຄອບຄົວ.
 
1Horizon-1200x315.jpg2Horizon-1200x315.jpg


ສີຂາວແມ່ນສີຕົວແທນຂອງ Innovation Treatment ທີ່ສະອາດຕາ ແລະ ເປັນນະວັດຕະກຳທີ່ເບິ່ງແລ້ວສະບາຍໃຈ, ສ່ວນສີຟ້າແມ່ນສີຕົວແທນຂອງຄວາມສະຫງົບເຢັນ ສະແດງໃຫ້ເຫັນຄວາມຄິດ, ສະຕິປັນຍາ ແລະ ຄວາມສຸຂຸມຂອງ Muti-Disciplinary Care Team ປະສົມກັບສີຄຣາມ ສີຂອງຕົ້ນໄມ້ indigo, ເຊິ່ງອີງຕາມຫຼັກການການປະສົມສີເພື່ອໃຫ້ໄດ້ສີຄຣາມຕາມທີ່ຕ້ອງການນັ້ນ ຕ້ອງໄດ້ຜ່ານການປະສົມກັນຫຼາຍໆເທື່ອ. ສ່ວນໃນການໝັກສີກໍ່ມີຂັ້ນຕອນທີ່ສັບຊ້ອນເຊັ່ນດຽວກັນຖ້າຫາກວ່າບໍ່ມີປະສົບການສີທີ່ໄດ້ກໍ່ຈະບໍ່ສວຍງາມ.
 
          ສີແດງແມ່ນສີທີ່ສະແດງເຖິງພະລັງຊີວິດທີ່ກະຕືລື່ລົ້ນຕໍ່ກັບສິ່ງໃໝ່ໆເປັນຕົວແທນໃນເລື່ອງ up-to-date ຂອງວົງການການປິ່ນປົວມະເລັງ. ແຖມຍັງມີສີແດງຊາດອີກດ້ວຍ ເຊິ່ງຊາດນັ້ນແມ່ນແຮ່ທາດ Cinnabar (HgS) ທີ່ຖືກຖືວ່າເປັນແມ່ສີໄທແລະມັກນິຍົມໃຊ້ໃນວັດທະນະທຳອາຊີເຊັ່ນ ສີຂອງຮ່າງກາຍຂອງ Sukree ໃນເລື່ອງ Ramayana ແລະສີສຸດທ້າຍ  ສີຟ້າ ເປັນຕົວແທນຂອງກຳລັງໃຈ ແລະ ການເດີນທາງໃນການປິ່ນປົວຄົນເຈັບມະເລັງ ໂດຍສະເພາະແມ່ນໂທນສີນ້ຳໄຫຼ ເປັນສີໄທໃນບັນດາໝູ່ສີຄຣາມ. ເປັນສີທີ່ເກີດຈາກການປະສົມສີຄຣາມກັບສີຂາວອອກເຫຼືອງອ່ອນກາຍເປັນສີໂທນຟ້າອົມຂຽວປຽບຄືກັບສີຂອງນ້ຳທີ່ສະທ້ອນກັບທ້ອງຟ້ານັ້ນເອງ.
 
"ຄວາມຫວັງຂອງຄົນເຈັບທີ່ຈະເຊົາຈາກມະເລັງ ເຖິງແມ່ນວ່າມັນຈະໄກສຸດປາຍຟ້າແຕ່ມັນກໍ່ຍັງມີຄວາມຫວັງສະເໝີ ມັນເປັນສັນຍານຂອງອະນາຄົດທີ່ດີແລະເປັນຈິງໄດ້ Excellence made Possible” ທ່ານໝໍ ນະລົງສັກ ກຽດຂະຈອນທາດາ ສະຫຼຸບລວມສິ່ງທີ່ຖືກສະເໜີຜ່ານລາຍເສັ້ນແລະສີສັນຂອງສັນຍາລັກສູນມະເລັງ Horizon Regional Cancer Center
 
For more information please contact:

Related Packages

Related Health Blogs