ບົດຄວາມ: ມັນເປັນເລື່ອງໜ້າສະລົດໃຈຫລາຍທີ່ວ່າປັດຈຸບັນ "ມະເລັງ" ບໍ່ແມ່ນພະຍາດທີ່ໄກຕົວຄົນເຮົາອີກຕໍ່ໄປ. ໂດຍສະເພາະໃນແມ່ຍິງ "ມະເລັງເຕົ້ານົມ" ຖືວ່າເປັນມະເລັງທີ່ພົບເຫັນຫລາຍທີ່ສຸດທົ່ວໂລກເໝືອນທຽບໃສ່ກັບມະເລັງຊະນິດອື່ນໆ ເຖິງຂັ້ນວ່າ ແມ່ຍິງທີ່ມີສຸຂະພາບດີ 1 ໃນທຸກໆ 8 ຄົນຈະມີໂອກາດເປັນໂລກມະເລັງຊະນິດນີ້ຢ່າງໜ້ອຍໜຶ່ງເທື່ອໃນຊີວິດຂອງພວກເຂົາເລີຍ. ແຕ່ໃນຄວາມໂຊກຮ້າຍກໍ່ຍັງມີຄວາມໂຊກດີສະເໝີເພາະຍ້ອນຄວາມໃກ້ຊິດຕໍ່ພະຍາດນີ້ນຳໄປສູ່ເຕັກໂນໂລຢີທາງການແພດໃໝ່ໆທັງການບົ່ງມະຕິພະຍາດທີ່ຊັດເຈນ, ປະສິດທິພາບໃນການຮັກສາດີຂຶ້ນ ແລະ ການຫຼຸດຜ່ອນຜົນຂ້າງຄຽງຫຼືວ່າ side effect ທີ່ຈະເກີດຂຶ້ນຕໍ່ຄົນເຈັບເຊັ່ນກັນ ດັ່ງນັ້ນການເອົາຊະນະກັບມະເລັງຊະນິດຈະບໍ່ມີຄຳວ່າແພ້ອີກຕໍ່ໄປ.
ຄຳວ່າ“ ມະເລັງ” ແມ່ນຄໍາທີ່ບັນທອນຈິດໃຈຄົນເຮົາສະເໝີ. ຜູ້ໃດໄດ້ຍິນວ່າໂຕເອງເປັນມະເລັງກໍ່ລ້ວນແຕ່ໝົດກຳລັງໃຈໃນການໃຊ້ຊີວິດໄປເລີຍ. ແຕ່ສຳລັບຜູ້ຍິງແລ້ວມີຄຳຫນຶ່ງທີ່ເປັນຕາຢ້ານກວ່ານັ້ນກໍ່ຄື "ມະເລັງເຕົ້ານົມ" ເພາະຖືວ່າເປັນມະເລັງທີ່ທຳລາຍຄວາມງາມແລະຄວາມໝັ້ນໃຈຂອງຜູ້ຍິງແບບ 100%. ຜູ້ຊາຍອາດຈະຄິດວ່າເປັນຜູ້ຊາຍບໍ່ມີທາງເປັນແນ່ນອນແຕ່ຢ່າດີໃຈໄປເພາະຜູ້ຊາຍກໍ່ມີໂອກາດເປັນມະເລັງເຕົ້ານົມໄດ້ເຊັ່ນກັນ ເຖິງແມ່ນວ່າໂອກາດເປັນອາດຈະໜ້ອຍກວ່າຜູ້ຍິງກໍ່ຕາມທຽບເປັນໂຕເລກກໍ່ຈະເປັນ ຜູ້ຊາຍທີ່ມີສຸຂະພາບແຂງແຮງຈະເປັນມະເລັງຊະນິດນີ້ 1 ໃນທຸກໆ 1,000 ຄົນທຽບໃສ່ກັບ 1 ໃນທຸກໆ 8 ຄົນໃນເພດຍິງ.
ສາເຫດໜຶ່ງທີ່ເຮັດໃຫ້ມະເລັງເຕົ້ານົມເປັນພະຍາດອັນຕະລາຍຍ້ອນວ່າເຕົ້ານົມຢູ່ໃກ້ກັບຕ່ອມນໍ້າເຫຼືອງກ້ອງແຂນແລະອະໄວຍະວະທີ່ສຳຄັນເຊັ່ນປອດຊຶ່ງເຮັດໃຫ້ໂອກາດໃນການແຜ່ລາມຂອງມະເລັງຈົນເຮັດໃຫ້ຄົນເຈັບຕາຍນັ້ນແມ່ນສູງຫຼາຍ. ສະນັ້ນການໃຫ້ຄວາມຮູ້ເພື່ອປ້ອງກັນນັ້ນເປັນສິ່ງທີ່ສຳຄັນບໍ່ວ່າຈະເປັນການສອນນວດເຕົ້ານົມເພື່ອຊອກຫາກ້ອນກະດັນທີ່ຜິດປົກກະຕິໃນເຕົ້ານົມ, ການໃຫ້ຄຳແນະນຳສຳລັບແມ່ຍິງທີ່ມີອາຍຸ 40 ປີຂຶ້ນໄປເຂົ້າກວດ mammogram ແລະ ultrasound ມະເລັງເຕົ້ານົມເປັນປະຈຳທຸກໆປີ ແຕ່ໃນກໍລະນີທີ່ຄົນໃນຄອບຄົວມີປະຫວັດເປັນມະເລັງເຕົ້ານົມກ່ອນທີ່ຈະໝົດປະຈຳເດືອນແມ່ນໃຫ້ໄປກວດແຕ່ອາຍຸ30ປີເລີຍຈະເປັນການດີກ່ອນເພາະຈະເຮັດໃຫ້ອັດຕາການຢູ່ລອດຂອງຄົນເຈັບສູງຂື້ນ ຕາມສະຖິຕິຈາກສະຫະລັດອາເມລິກາສະແດງໃຫ້ເຫັນວ່າ ອັດຕາການຕາຍຍ້ອນມະເລັງເຕົ້ານົມໄດ້ຫຼຸດລົງໄປຮອດ 1 ໃນ 3 ໃນຮອບ 20 ປີທີ່ຜ່ານມາ (ຈາກ 29,4 ຕໍ່ແມ່ຍິງ 100,000 ຄົນໃນປີ 1996 ຫຼຸດເຫຼືອ 20.0 ຕໍ່ແມ່ຍິງ 100,000 ຄົນຕໍ່ໃນປີ 2016)
ປະຈຸບັນ ອັດຕາການລອດຊີວິດຂອງຄົນເຈັບມະເລັງເຕົ້ານົມໃນໄລຍະເວລາ 5 ປີ (ຖືວ່າຮັກສາຫາຍຂາດ) ແມ່ນນັບວ່າສູງທີ່ສຸດໃນບັນດາມະເລັງຕ່າງໆຄິດເປັນ 89,9 ເປີເຊັນເລີຍ (ສະຖິຕິແຕ່ປີ 2009 - 2015) ເຖິງແມ່ນວ່າວິທີການປິ່ນປົວທຳອິດຈະແມ່ນການຜ່າຕັດແຕ່ດຽວນີ້ບັນດາທ່ານໝໍມັກໃຊ້ວິທີການຜ່າຕັດບາງສ່ວນອອກເທົ່ານັ້ນເພື່ອຮັກສາເຕົ້ານົມໄວ້ lumpectomy ແທນການຜ່າຕັດອອກໝົດ mastectomy ແຕ່ໃນກໍລະນີທີ່ຈຳເປັນຕ້ອງຕັດເຕົ້ານົມອອກໝົດຄົນເຈັບສາມາດຮັບການຜ່າຕັດໃສ່ເຕົ້ານົມປອມຫຼືປູກເນື້ອເຍື້ອເພື່ອແກ້ໄຂໄດ້. ສ່ວນການສາຍລັງສີແລະເຄມີບຳບັດກໍ່ແມ່ນຍັງມີບົດບາດສຳຄັນໃນການຮັກສາເຊັ່ນເດີມແລະຜົນພວງຂອງຄວາມກ້າວໜ້າທາງດ້ານການແພດແມ່ນຊ່ວຍຫຼຸດຜ່ອນຜົນຂ້າງຄຽງໃນການປິ່ນປົວໃຫ້ໜ້ອຍລົງກວ່າເກົ່າຫຼາຍ.
ເຫດຜົນໜຶ່ງທີ່ເຮັດໃຫ້ອັດຕາການປິ່ນປົວທີ່ຫາຍຂາດສູງຂື້ນແມ່ນການຄົ້ນພົບວ່າ ຈຸລັງມະເລັງເຕົ້ານົມມີຄຸນລັກສະນະສະເພາະກໍ່ຄືມີຄວາມອ່ອນໄຫວຕໍ່ຮໍໂມນແລະໂປຣຕີນບາງຊະນິດເພາະສະນັ້ນຈຶ່ງມີການຄິດສູດຢາຕ້ານເຊື້ອຂຶ້ນມາເພື່ອຫຼຸດຜ່ອນໂອກາດທີ່ຈຸລັງມະເລັງເຕີບໃຫຍ່ຂຶ້ນ. ແຕ່ວ່າລັກສະນະສະເພາະທີ່ເວົ້າມານັ້ນແມ່ນມີຄວາມຫຼາກຫຼາຍແຕກຕ່າງກັນໄປໃນຈຸລັງມະເລັງຂອງຄົນເຈັບແຕ່ລະຄົນແລະຍັງສາມາດປ່ຽນແປງໄດ້ເລື່ອຍໆ ເພາະສະນັ້ນຈຶ່ງຕ້ອງມີການກວດຢືນຢັນເພື່ອເລືອກໃຫ້ຢາທີ່ເໝາະສົມທີ່ສຸດເຊິ່ງຈະໃຊ້ສອງສ່ວນປະກອບຂອງຂໍ້ມູນຄື
1. ມີຕົວຮັບຮໍໂມນບໍ່ (hormone receptor [HR]) ຈຸລັງມະເລັງທີ່ມີຕົວຮັບຮໍໂມນ (HR +) ມີຄວາມອ່ອນໄຫວຕໍ່ການໃຊ້ຢາທີ່ເຮັດໜ້າທີ່ເຂົ້າໄປຂັດຂວາງບໍ່ໃຫ້ຈຸລັງມະເລັງໄດ້ຮັບການກະຕຸ້ນຈາກຮໍໂມນ.
2. ມີຕົວຮັບໂປຣຕີນເພື່ອກະຕຸ້ນການຈະເລີນເຕີບໂຕບໍ່ (human epidermal growth factor receptor-2 [HER2]) ຈຸລັງມະເລັງທີ່ມີຕົວຮັບນີ້ (HER2 +) ມີແນວໂນ້ມທີ່ຈະແຜ່ກະຈາຍຫຼາຍກ່ວາຜູ້ທີ່ບໍ່ມີ.
ທ່ານໝໍຈະພິຈາລະນາຂໍ້ມູນທັງສອງຢ່າງຮ່ວມກັນເພື່ອໃຊ້ເຂົ້າໃນການປິ່ນປົວ. ຕົວຢ່າງໃນກໍລະນີທີ່ພົບເຫັນຕົວຮັບຮໍໂມນແຕ່ບໍ່ພົບຕົວຮັບໂປຣຕີນ (HR + / HER2-) ເຊິ່ງແມ່ນຮູບແບບທີ່ພົບເລື້ອຍທີ່ສຸດແລະມີໂອກາດກັບເປັນຊ້ຳເກົ່າໜ້ອຍສຸດ ຄົນເຈັບຈະໄດ້ຮັບການປິ່ນປົວດ້ວຍຢາກຸ່ມຮໍໂມນບຳບັດ. ແຕ່ຖ້າບໍ່ພົບຕົວຮັບຮໍໂມນແຕ່ກວດພົບຕົວຮັບໂປຣຕີນ (HR- / HER2 +) ການປິ່ນປົວດ້ວຍຢາກຸ່ມຮໍໂມນບຳບັດຈະບໍ່ໄດ້ຜົນແຕ່ການປິ່ນປົວດ້ວຍຢາແບບຕົງຈຸດ
(targeted therapy) ທີ່ສາມາດຍັບຍັ້ງແລະປ້ອງກັນບໍ່ໃຫ້ທາດໂປຼຕີນຈາກ HER2 ເຮັດວຽກ ຫຼືຖ້າຄົນເຈັບມີທັງສອງຕົວຮັບ (HR + / HER2 +) ກໍ່ອາດຈະໄດ້ຮັບຢາທັງສອງກຸ່ມເລີຍ.
ສຳລັບຄົນເຈັບທີ່ບໍ່ມີທັງຕົວຮັບຮໍໂມນແລະຕົວຮັບໂປຼຕີນ ([HR- / HER2-] ຫລື triple negative)ນັ້ນ ໃນແຕ່ກ່ອນພວກເຂົາມີໂອກາດໜ້ອຍຫຼາຍທີ່ຈະປິ່ນປົວໃຫ້ຫາຍຂາດໄດ້ແຕ່ຍ້ອນການພັດທະນາຂອງຢາປິ່ນປົວແບບຕົງຈຸດໃນປັດຈຸບັນນີ້ສາມາດແກ້ໄຂບັນຫາດັ່ງກ່າວໄດ້ແລ້ວ ເຮັດໃຫ້ອັດຕາການຢູ່ລອດຂອງຄົນເຈັບມະເລັງເຕົ້ານົມບໍ່ວ່າຈະມີລັກສະນະສະເພາະແບບໃດກໍ່ຕາມແມ່ນສູງກວ່າແຕ່ກ່ອນ ຈົນສາມາດເວົ້າໄດ້ວ່າປັດຈຸບັນນີ້ໂອກາດໃນການປິ່ນປົວມະເລັງເຕົ້ານົມຈົນເຊົາດີແລະໃຊ້ຊີວິດປົກກະຕິໄດ້ແມ່ນມີຫຼາຍກ່ວາໂອກາດທີ່ຈະບໍ່ເຊົາ.
ແຕ່ຄວາມບໍ່ຖືເບົາກໍ່ຍັງສຳຄັນເຖິງແມ່ນວ່າເຮົາມີເຕັກໂນໂລຢີການປິ່ນປົວທີ່ທັນສະ ໄໝແຕ່ກໍ່ບໍ່ໄດ້ໝາຍຄວາມວ່າເຮົາຈະຖືເບົາບໍ່ສົນໃຈມະເລັງນີ້ ຫຼັກການຕົ້ນສະບັບທີ່ເວົ້າວ່າ ກວດເຫັນໄດ້ໄວງ່າຍຕໍ່ການປິ້ນປົວກໍ່ຍັງເປັນຄວາມຈິງຢູ່. ດັ່ງນັ້ນແມ່ຍິງຄວນຮຽນຮູ້ທີ່ຈະກວດເຕົ້ານົມດ້ວຍຕົວເອງດ້ວຍການນວດເຕົ້ານົມ ເຊິ່ງໄລຍະເວລາທີ່ເໝາະສົມແມ່ນ 7 ມື້ຫຼັງຈາກປະຈຳເດືອນ ແລະສັງເກດເບິ່ງລັກສະນະຂອງເຕົ້ານົມຢູ່ເລື້ອຍໆ ຖ້າພົບວ່າມີກ້ອນກະດັນໃນເຕົ້ານົມ - ກ້ອງແຂນ, ຄວາມຜິດປົກກະຕິຂອງຫົວນົມຫຼືຢູ່ໃນຜິວໜັງເຕົ້ານົມຄວນໄປຫາໝໍທັນທີ ການກວດດ້ວຍຕົວເອງນີ້ສາມາດເຮັດໄດ້ທຸກຊ່ວງອາຍຸບໍ່ຈຳເປັນຕ້ອງຖ້າໃຫ້ຮອດ 40 ປີ ເຊິງແມ່ນຊ່ວງອາຍຸທີ່ມີໂອກາດເປັນມະເລັງເຕົ້ານົມສູງແລະມັກຈະຖືກແນະນຳໃຫ້ເລີ່ມຕົ້ນເຮັດ mammogramບໍ່ວ່າຈະມີຫຼືບໍ່ມີປະຫວັດຄົນໃນຄອບຄົວເປັນມະເລັງຫຼືບໍ່.
ສຸດທ້າຍນີ້ກໍ່ຢາກຈະບອກວ່າ ການເບິ່ງແຍງສຸຂະພາບໂດຍລວມໃຫ້ແຂງແຮງຕະຫຼອດແມ່ນສຳຄັນທີ່ສຸດບໍ່ວ່າຈະເປັນການອອກກຳລັງກາຍຢ່າງສະໝ່ຳສະເໝີ, ການຄວບຄຸມນ້ຳໜັກ ໃຫ້ຢູ່ໃນເກນທີ່ເໝາະສົມ, ເພີ່ມກິດຈະກຳໃນເວລາກາງເວັນແລະງົດເວັ້ນຈາກເຄື່ອງດື່ມທີ່ມີ alcohol ຈະຊ່ວຍຫຼຸດຜ່ອນປັດໃຈໃນການເກີດມະເລັງໄດ້ເຊັ່ນດຽວກັນແລະຖ້າຫາກວ່າເຈີກັບມະເລັງແລ້ວ ການປະຕິບັດຕົວຂອງຄົນເຈັບເອງຕະຫຼອດຮອດການໃຫ້ກຳລັງໃຈຂອງຄົນອ້ອມຂ້າງກໍ່ຈະເປັນສ່ວນສຳຄັນໃນການຕໍ່ສູ້ກັບມະເລັງໄດ້ເພື່ອທີ່ຈະເຮັດໃຫ້ສຸຂະພາບທາງຮ່າງກາຍແລະຈິດໃຈໃຫ້ແຂງແຮງແລະຢູ່ກັບຄົນທີ່ຮັກເປັນເວລາດົນທີ່ສຸດ
For more information please contact: